ອອສເຕຣຍ ກຽມແປງເຮືອນຂອງ Adolf Hitler ໃຫ້ກາຍເປັນສູນອົບຮົມສິດທິມະນຸດ


ທາງການຂອງ ອອສເຕຣຍ ປະກາດວ່າຈະປ່ຽນເຮືອນຫຼູໃນສະໄໝສະຕະວັດທີ 17 ໃນເມືອງ Braunau am Inn ໃກ້ກັບຊາຍແດນເຢຍລະມັນ ເຊິ່ງເປັນບ້ານເກີດຂອງ Adolf Hitler ໃຫ້ກາຍມາເປັນສູນອົບຮົມສິດທິມະນຸດສຳຫຼັບເຈົ້າໜ້າທີ່ຕຳຫຼວດ.

ຈາກລາຍງານໄດ້ລະບຸວ່າ Adolf Hitler ທີ່ເປັນຜູ້ນຳນາຊີເຢຍລະມັນ ເກີດໃນຫ້ອງເຊົ່າຊັ້ນເທິງສຸດຂອງອາຄານໃນປີ 1889 ງານກໍ່ສ້າງເພື່ອດັດແປງເຮືອນຄາດວ່າຈະເລີ່ມໃນລະດູໃບໄມ້ຫຼົ່ນ ແຕ່ແຜນດັ່ງກ່າວຍັງຄົງມີຄວາມຂັດແຍ້ງ ໂດຍຊາວອອສເຕຣຍບາງຄົນຕ້ອງການໃຫ້ລັດຖະບານທຳລາຍເຮືອນຖິ້ມ ແລະ ຄະນະກຳມະການຜູ້ຊ່ຽວຊານໄດ້ອອກມະຕິທີ່ໃຫ້ທຳລາຍ ເພື່ອຢຸດການກາຍເປັນຈຸດສົນໃຈຂອງຕົວອາຄານ.

ເຮືອນຫຼັງນີ້ຖືກປ່ຽນມືມາຫຼາຍຄົນ ເຊິ່ງຕະຫຼອດເວລາທີ່ຜ່ານມາລັດຖະບານພະຍາຍາມປ້ອງກັນບໍ່ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວຂອງກຸ່ມຄົນຂວາຈັດຫົວຮຸນແຮງ ກ່ອນທີ່ລັດຖະບານຈະສາມາດຊື້ມາໄດ້ໃນທີ່ສຸດເມື່ອປີ 2016 ການພັດທະນາເຮືອນຫຼັງນີ້ເພື່ອປ່ຽນໃຫ້ເປັນສູນເຝິກອົບຮົມທີ່ມີສະຖານີຕຳຫຼວດຢູ່ ຄາດວ່າຈະໃຊ້ງົບປະມານ 20 ລ້ານຢູໂຣ. ການຕັດສິນໃຈດັ່ງກ່າວຂອງທາງການອອສເຕຣຍ ຕ້ອງພົບກັບຜົນຕອບຮັບທີ່ຫຼາກຫຼາຍມີທັງຜູ້ທີ່ເຫັນພ້ອມ ແລະ ບໍ່ເຫັນພ້ອມ. ແຕ່ກ່ອນໜ້າທາງຄະນະກຳມະການຜູ້ຊ່ຽວຊານໄດ້ອອກກົດຫ້າມຮື້ຖອນ ຫຼື ປ່ຽນເຮືອນຫຼັງນີ້ໃຫ້ເປັນອະນຸສອນສະຖານ,

ຕາມລາຍງານຂອງສະຖານີໂທລະພາບ ORF ຂອງອອສເຕຣຍ ພາຍໃຕ້ໂຄງການຫຼ້າສຸດ ງານກໍ່ສ້າງງຄາດວ່າຈະແລ້ວພາຍໃນປີ 2026 ໂດຍຈະມີການເຄື່ອນຍ້າຍກຳລັງຕຳຫຼວດເຂົ້າເຝິກອົບຮົບດ້ານສິດທິມະນຸດພາຍໃນປີໜ້າ. ໃນການສຳຫຼວດຂອງຊາວອອສເຕຣຍສ່ວນໃຫຍ່ບໍ່ເຫັນດີທີ່ຈະປ່ຽນບ້ານເກີດ Adolf Hitler ໃຫ້ເປັນສະຖານີຕຳຫຼວດ ແຕ່ 53% ລະບຸວ່າຄວນປ່ຽນເປັນສະຖານທີ່ປະກອບການອຸທິດຕົນເພື່ອການຕໍ່ຕ້ານລະບົບນາຊີ ຕໍ່ຕ້ານຟາຊິດ ແລະ ສະໜັບສະໜູນສັນຕິ ແລະ ສັນຕິພາບ ມິພຽງແຕ່ 20% ທີ່ບອກວ່າມັນຄວນຖືກທຳລາຍລົງ ແລະ ມີພຽງ 6% ທີ່ສະໜັບສະໜູນການໃຊ້ໂດຍທາງການ.

 ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/