ລະວັງໄວ້ໃຫ້ດີ TIKTOK ຈະຄອງໂລກອອນລາຍ! ພ້ອມເພີ່ມຂີດຈຳກັດວິດີໂອເປັນ 60 ນາທີ


ເສິກລະຫວ່າງ TIKTOK ແລະ YouTube ກຳລັງເລີ່ມຂຶ້ນ ເມື່ອທາງ TIKTOK ໄດ້ທົດສອບຟິວເຈີໃໝ່ທີ່ອະນຸຍາດໃຫ້ຄຣີເອເຕີບາງຄົນອັບໂຫຼດວິດີໂອທີ່ມີຄວາມຍາວສູງສຸດເຖິງ 60 ນາທີ ເຊິ່ງເປັນການເຄື່ອນໄຫວທີ່ທ້າທາຍກັບບທາງ YouTube ໂດຍກົງເລີຍກໍວ່າໄດ້.

ໂດຍທາງ TIKTOK ໄດ້ເພິ່ມຂີດຈຳກັດຂອງວິດີໂອມາໂດຍຕະຫຼອດຈາກເກົົ່າທີ່ຈຳກັດພຽງ 15 ວິນາທີ ໃນປີ2018 ຫຍັບອອກມາເປັນ 3 ນາທີ ໃນປີ 2021 ແລະ ໃນປີຕໍ່ມາຫຍັບອອກມາເປັນ 10 ນາທີ ພ້ອມໃນເດືອນມັງກອນທີ່ຜ່ານມາຫຍັບອອກມາເປັນ 30 ນາທີ ນັ້ນເອງ.

ການເພີ່ມຂີດຈຳກັດຄວາມຍາວວິດີໂອໃນເທື່ອນີ້ຈະຊ່ວຍໃຫ້ຄຣີເອເຕີມີຄວາມຢືດຢຸ່ນໃນການສ້າງຄອນເທັນປະເພດໃໝ່ອອກມາ ຫຼື ຂະຫຍາຍຄອນເທັນເກົ່າທີ່ມີຢູ່. ຢ່າງໃດກໍຕາມທາງ TIKTOK ເອງກໍຍັງພົບກັບແຮງກົດດັນມະຫາສານຈາກສະຫະລັດອາເມຣິກາຢູ່ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/