ຢູເຄຣນ ປະຊຸມກັບ ຈີນ ພ້ອມລະບຸແຜນສັນຕິພາບຈະສຳເລັດໄດ້ ຢູເຄຣນຕ້ອງບໍ່ເສຍດິນແດນໃຫ້ຣັດເຊຍເລີຍ


ຄະນະລັດຖະມົນຕີ ກະຊວງການຕ່າງປະເທດຢູເຄຣນ ໄດ້ເປີດໂຕະປະຊຸມກັບກັບຄະນະຜູ້ແທນທາງການທູດຂອງຈີນ ທີ່ເມືອງຫຼວງຄຽບ ເພື່ອຊຸກຍູ້ແຜນສັນຕິພາບຂອງຈີນ ທີ່ຕ້ອງການຢຸດສົງຄາມລະຫວ່າງຣັດເຊຍ ແລະ ຢູເຄຣນ. ໂດຍຝັ່ງຂອງຢູເຄຣນຢືນຢັນວ່າ ແຜນສັນຕິພາບຈະສຳເລັດໄດ້ ຢູເຄຣນຕ້ອງບໍ່ເສຍດິນແດນໃດໆໃຫ້ກັບຣັດເຊຍ.

ດີມີໂຕຣ ຄູເລບາ (Dmytro Kuleba) ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ຢູເຄຣນ ໄດ້ຮ່ວມຫາລື ກັບ ລີ ຮຸຍ (Li Hui) ຄະນະຜູ້ແທນລະດັບສູງຂອງຈີນ ແລະ ອະດີດເອກອັກຄະລັດຖະທູດຈີນປະຈຳຣັດເຊຍ ເຖິງແນວທາງທີ່ຈະເຮັດໃຫ້ ກອງທັບຣັດເຊຍ ຢຸດຈູ່ໂຈມ ແລະ ເຮັດສົງຄາມໃນຢູເຄຣນ ໂດຍ ດີມີໂຕຣ ຄູເລບາ ໄດ້ເນັ້ນຢໍ້າວ່າ:

“ທາງຢູເຄຣນ ຈະບໍ່ຍອມຮັບຂໍ້ສະເໜີໃດໆ ທີ່ຈະເຮັດໃຫ້ ຢູເຄຣນ ເສຍດິຍແດນສ່ວນໃດສ່ວນໜຶ່ງຢ່າງເດັດຂາດ ແລະ ການຟື້ນຟູສັນຕິພາບທີ່ເປັນທຳໃນຢູເຄຣນນັ້ນຂຶ້ນຢູ່ກັບການເຄົາລົບ ອະທິປະໄຕ ແລະ ເອກະລາດແຫ່ງດິນແດນຂອງຢູເຄຣນ”.

ໂດຍທາງ ລີ ຮຸຍ ເປັນຄະນະທູດຄົນທຳອິດຂອງຈີນ ທີ່ເດີນທາງມາຢ້ຽມຢາມ ຢູເຄຣນ ຫຼັງເກີດຄວາມຂັດແຍ້ງ ຕັ້ງແຕ່ຕົ້ນປີ 2022 ທີ່ຜ່ານມາ. ເຊິ່ງການປຶກສາຫາລືຄັ້ງນີ້ ມີຂຶ້ນຫຼັງຈາກທີ່ ທັງຜູ້ນຳ ຢູເຄຣນ ແລະ ຜູ້ນຳຂອງຈີນ ໄດ້ໂອ້ລົມກັນຜ່ານທາງໂທລະສັບ ເມື່ອປະມານ 1 ເດືອນທີ່ຜ່ານມາ ທ່າມກາງຄວາມພະຍາຍາມທີ່ຈະສ້າງສັນຕິພາບໃນພາກພື້ນດັ່ງກ່າວ ໃຫ້ໄດ້ໄວທີ່ສຸດ.

ທາງການຈີນ ໄດ້ອອກຖະແຫຼງການໂດຍລະບຸວ່າ: ເປົ້າໝາຍຂອງການປຶກສາຫາລື ຄັ້ງນີ້ກໍເພື່ອສື່ສານກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຫາທາງອອກໃນທາງການເມືອງກ່ຽວກັບບັນຫາເລື່ອງນີ້ ແລະ ຍັງຈະສົ່ງ ລີ ຮຸຍ ເດີນທາງໄປ ຣັດເຊຍ ລວມເຖິງ ໂປແລນ, ເຢຍລະມັນ ແລະ ຝຣັ່ງ ອີກພ້ອມ ເພື່ອຫາລືກ່ຽວກັບການຫາທາງອອກທາງການເມືອງທີ່ເປັນໄປໄດ້ສຳລັບວິກິດການຄັ້ງນີ້.

ຢ່າງໃດກໍຕາມ ລີ ຮຸຍ ກໍຍັງລະບຸຕື່ມວ່າ: “ບໍ່ມີທາງລັດໃນການແກ້ໄຂວິກິດການຄັ້ງນີ້ ທຸກຝ່າຍຕ້ອງເລີ່ມຈາກຕົນເອງສ້າງຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ແລະ ຕ້ອງສ້າງການໂອ້ລົມເຈລະຈາ ເພື່ອຢຸດວິກິດການຄັ້ງນີ້”.

ນັບເປັນອີກໜຶ່ງຄວາມພະຍາຍາມຂອງຈີນ ທີ່ເລີ່ມເຫັນເປັນຮູບເປັນຮ່າງ ຫຼັງຈາກຈີນປະກາດແຜນສັນຕິພາບ ແລະ ພະຍາຍາມຊຸກຍູ້ມາຕະຫຼອດ ເພື່ອແກ້ໄຂບັນຫາວິກິດການດັ່ງກ່າວ. ແຕ່ຢ່າງໃດກໍຕາມ ມາຮອດປັດຈຸບັນ ສະຖານະການສູ້ຮົບລະຫວ່າງ ຣັດເຊຍ ແລະ ຢູເຄຣນ ຕາມແຕ່ລະພື້ນທີ່ ກໍຍັງບໍ່ມີທ່າທີວ່າຈະລົດຄວາມຮຸນແຮງລົງ ແຕ່ຢ່າງໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/