ຜູ້ຊ່ຽວຊານພຶດຕິກຳແມວລະບຸ ຖ້າແມວມັກມານອນຂ້າງໆ ມັນສະທ້ອນເຖິງຄວາມເຊື່ອໃຈ ແລະ ຢາກສ້າງຄວາມເປັນເຈົ້າຂອງມະນຸດ

ຜູ້ຊ່ຽວຊານພຶດຕິກຳແມວ

ໃຜທີ່ລ້ຽງແມວຢູ່ເຮືອນອາດຈະເຄີຍພົບກັບພຶດຕິກຳນີ້ ທີ່ແມວຂອງເຮົາມັກຈະມານອນຂ້າງໆຢູ່ເປັນປະຈຳ ຫຼືບາງເທື່ອອາດມານອນເທິງຕົວເຮົາກໍມີ. ແຕ່ທຸກຄົນເຄີຍສົງໄສບໍ່ວ່າເປັນຫຍັງແມວຂອງເຮົາຈຶ່ງມັກເຮັດພຶດຕິກຳແນວນັ້ນ ຫຼື ບາງເທື່ອແມວອາດຈະເຮັດໃຫ້ເຮົາຕົກເປັນທາດໂດຍບໍ່ຮູ້ຕົວກໍເປັນໄດ້.

ຜູ້ຊ່ຽວຊານພຶດຕິກຳແມວ

ຢ່າງໃດກໍຕາມເບິ່ງຄືວ່າພຶດຕິກຳດັ່ງກ່າວຂອງແມວຈະພິເສດໄປກວ່າທີ່ກ່າວມາ ເພາະ Mikel Delgado ຜູ້ຊ່ຽວຊານດ້ານພຶດຕິກຳແມວ ໄດ້ສຶກສາເລື່ອງພຶດຕິກຳຂອງສັດມາຈາກມະຫາວິທະຍາໄລ UC Berkeley ສະຫະລັດອາເມຣິກາໄດ້ອອກມາອະທິບາຍວ່າ ການທີ່ແມວມັກເຂົ້າມານອນຂ້າງໆເຈົ້າຂອງຢູ່ເທິງຕຽງນັ້ນມີຢູ່ຫຼາຍເຫດຜົນ.

ຜູ້ຊ່ຽວຊານພຶດຕິກຳແມວ

ເຫດຜົນທຳອິດກໍຄື ພຶດຕິກຳດັ່ງກ່າວແມ່ນສະທ້ອນເຖິງຄວາມຕ້ອງການ ‘ພື້ນທີ່ປອດໄພ’ ເນື່ອງຈາກແມວເອງກໍເປັນສັດທີ່ຕ້ອງການພື້ນທີ່ປອດໄພຂອງຕົນເອງຄືກັນ ແລະ ມັນກໍຮູ້ວ່າ ໃນເວລານອນນັ້ນ ຄືເວລາທີ່ມັນຕ້ອງການຄວາມປອດໄພຫຼາຍທີ່ສຸດ. ສະນັ້ນຈຶ່ງບໍ່ແປກໃຈທີ່ແມວຈະເຂົ້າມານອນກັບເຈົ້າຂອງທີ່ມັນເຊື່ອວ່າມັນໄວ້ໃຈ ແລະ ສາມາດປົກປ້ອງມັນໄດ້.

ຜູ້ຊ່ຽວຊານພຶດຕິກຳແມວ

ເຫດຜົນຂໍ້ຕໍ່ມາ ສືບເນື່ອງຈາກຂໍ້ທຳອິດ ນັ້ນກໍຄືນອກຈາກມັນຕ້ອງການພື້ນທີ່ປອດໄພເວລານອນຫຼັບແລ້ວ ມັນຈະເລືອກສິ່ງທີ່ມັນສາມາດໄວ້ເນື້ອເຊື່ອໃຈໄດ້ຫຼາຍທີ່ສຸດ ເຊິ່ງນັ້ນກໍຄືເຈົ້າຂອງທີ່ດູແລເບິ່ງແຍງມັນມາເປັນຢ່າງດີນັ້ນເອງ.

ຜູ້ຊ່ຽວຊານພຶດຕິກຳແມວ

Mikel ຍັງອະທິບາຍຕື່ມວ່າ ນອກຈາກເຫດຜົນເລື່ອງຄວາມປອດໄພແລ້ວ ແມວຍັງມີນິດໄສທີ່ມັກສ້າງອານາເຂດຂອງຕົນເອງຜ່ານກິ່ນທີ່ມັນຖິ້ມໄວ້ອີີກດ້ວຍ. ດັ່ງນັ້ນການທີ່ແມວເຂົ້າມານອນບ່ອນໃກ້ໆເຈົ້າຂອງຈົນກິ່ນຂອງມັນຕິດໄປທີ່ຕົວເຈົ້າຂອງ ກໍສື່ໄດ້ເຖິງການສ້າງຄວາມເປັນເຈົ້າຂອງໃຫ້ກັບຜູ້ລ້ຽງຂອງມັນໃນເວລາດຽວກັນ ເຊິ່ງໝາຍຄວາມວ່າເວລາທີ່ເຮົາຄິດວ່າເຮົາເປັນເຈົ້າຂອງແມວ ແມວເອງກໍຄິດວ່າມັນເປັນເຈົ້າຂອງເຮົາເຊັ່ນກັນ.

ນອກຈາກພຶດຕິກຳທີ່ແມວມັກມານອນໃກ້ໆ ກັບຜູ້ເປັນເຈົ້າຂອງແລ້ວ ຫຼາຍຄົນກໍໜ້າຈະເຄີຍມີປະສົບການທີ່ແມວມັກມານັ່ງໜ້າຄີບອດ ຫຼືບໍ່ກໍແມ່ນຍ່າງເຂົ້າມາວົນເຮົາໃນຕອນທີ່ເຮົາໃຊ້ຄອມພິວເຕີມາແລ້ວ ເຊິ່ງພຶດຕິກຳນີ້ຂອງແມວກໍມີຄຳອະທິບາຍອີກພ້ອມ ເພາະວ່າແມວນັ້ນເປັນສັດທີ່ຕ້ອງການໃຫ້ມະນຸດສົນໃຈຢູ່ຕະຫຼອດ.

ຜູ້ຊ່ຽວຊານພຶດຕິກຳແມວ

ທັງນີ້ ບໍ່ວ່າຈະເປັນຄີບອດ ຫຼື ໜ້າຈໍຄອມພິວເຕີ ລວມເຖິງຮ່າງກາຍມະນຸດເຮົາ ກໍມີອຸນຫະພູມທີ່ອຸ່ນຢູ່, ດັ່ງນັ້ນ ພວກມັນກໍມັກຈະເຂົ້າມາໃກ້ໆ ໃນເວລາທີ່ຕ້ອງການຄວາມອົບອຸ່ນໃຫ້ກັບຮ່າງກາຍເຊັ່ນດຽວກັນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/