ປີ 2024 ອຸດສາຫະກຳການບິນ ທົ່ວໂລກ ຄາດຈະມີລາຍຮັບສູງສຸດ ເປັນປະຫວັດການ ກວ່າ 996 ຕື້ໂດລາ


ສະມາຄົມຂົນສົ່ງທາງອາກາດລະຫວ່າງປະເທດ (IATA) ຄາດວ່າອຸດສາຫະກຳການບິນທົ່ວໂລກປີນີ້ ສົດໃສ ຈະມີລາຍຮັບສູງສຸດ ເປັນປະຫວັດການ ກວ່າ 996 ຕື້ໂດລາໂດຍຈະສາມາດສ້າງກຳໄລຂຶ້ນສູ່ ລະດັນ 30 ຕື້ໂດລາສະຫະລັດ ຫຼື ເພີ່ມຂຶ້ນຈາກ 27,4 ຕື້ໂດລາໃນປີຜ່ານມາ ເນື່ອງຈາກລາຄາໂດຍສານທີ່ແພງຂຶ້ນ ແລະ ຄວາມຕ້ອງການ ເດີນທາງເພີ່ມຂຶ້ນຢ່າງຕໍ່ເນື່ອງຫຼັງການລະບາດພະຍາດໂຄວິດ-19.

ຕົວເລກຄາດຄະເນຫຼ້າສຸດ ຖືເປັນການປັນຂຶ້ນຈາກຄາດການເດີມເມື່ອເດືອນທັນວາທີ່ຜ່ານມາ ເຊິ່ງ IATA ປະເມີນໄວ້ທີ່ 25,7 ຕື້ໂດລາສະທ້ອນໃຫ້ເຫັນເຖິງທິດທາງທີ່ສົດໃສຂອງອຸດສາຫະກໍາການບິນໂລກໃນປີນີ້.

ຢ່າງໃດກໍຕາມ IATA ເຕືອນວ່າເຖິງກຳໄລຈະສູງຂຶ້ນແຕ່ສາຍການບິນຕ່າງໆ ກໍມີຄ່າໃຊ້ຈ່າຍທີ່ສູງຂຶ້ນ ເຊິ່ງເປັນຕົວສະກັດການສ້າງກໍາໄລຕໍ່ຜູ້ໂດຍສານໃຫ້ຢູ່ທີ່ສະເລ່ຍພຽງ 6,14 ໂດລາສະຫະລັດຕໍ່ຜູ້ໂດຍສານ 1 ຄົນ.

ຫາກແບ່ງເປັນຂົງເຂດແລ້ວ IATA ຄາດການວ່າຫຼາດອາເມຣິກາເໜືອ ສາມາດສ້າງກໍາໄລໄດ້ຫຼາຍສຸດທີ່ 14,8 ຕື້ໂດລາສະຫະລັດ ຮອງລົງມາ ແມ່ນຕະຫຼາດຢູໂຣບ 9 ຕື້ໂດລາສະຫະລັດ ແລະ ຕາເວັນອອກກາງ 3,8 ຕື້ໂດລາສະຫະລັດ.

https://www.webintravel.com/apac-leads-global-airline-demand-growth-as-industry-eyes-30-5b-in-profits-for-2024/#:~:text=Industry%20revenues%20are%20expected%20to,from%20%24646%20billion%20in%202023.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/