ກິລາ Cricket ມີຜົນສຳຫຼວດຫຼາຍກວ່າ 90% ທີ່ຢາກໃຫ້ຈັດໃນມະຫະກຳກິລາ Olympics 2028 ທີ່ສະຫະລັດອາເມຣິກາ


ງານ Olympics ທີ່ມີກິລາຫຼາກຫຼາຍປະເພດ ແລະ ນັກກິລາກໍຕ້ອງການທີ່ຈະຢາກເຂົ້າຮ່ວມໃນມະຫະກຳກິລາທີ່ຍິ່ງໃຫຍ່ນີ້, ການບັນຈຸກິລາແຕ່ລະປະເພດນັ້ນກໍເປັນບັນຫາໜຶ່ງທີ່ທາງຄະນະກຳມະການ ໄດ້ເອົາໃຈໃສ່ ແລະ ວາງແຜນໃນທຸກໆຄັ້ງກ່ອນຈະມີການຈັດງານຂຶ້ນມາ.

ໃນປີ 2028 ມະຫະກຳກິລາ Olympics ແມ່ນຈະໄດ້ຈັດຂຶ້ນທີ່ສະຫະລັດອາເມຣິກາ ເຊິ່ງມີຫຼາຍກິລາທີ່ໄດ້ບັນຈຸເຂົ້າໃນການແຂ່ງຂັນ ແລະ ກິລາ Cricket ກໍເປັນກິລາໜຶ່ງທີ່ຫ່າງຫາຍໃນ Olympics ມາດົນຫຼາຍປີຈົນເຖິງ 128 ປີກໍວ່າໄດ້ ແລະ ໃນປີທີ່ສະຫະລັດອາເມຣິກາຈະເປັນເຈົ້າພາບນັ້ນ ກໍໄດ້ບັນຈຸກິລາ Cricket ເຂົ້າເປັນທີ່ຮຽບຮ້ອຍແລ້ວ.

ກິລາປະເພດນີ້ໄດ້ມີການຖືກຊຸກຍູ້ມາໂດຍຕະຫຼອດ ເປັນກິລາທີ່ທາງປະເທດອິນເດຍ ແລະ ປະເທດອອສເຕເລຍ ຈະນິຍົມຫຼິ້ນ. ພ້ອມກັນນີ້ ຍັງເປັນກິລາທີ່ມີການແຂ່ງຂັນຊິງແຊ້ມໂລກ ແລະ ມີອົງກອນລະດັບຊາດມາຕັ້ງແຕ່ປີ 1909 ແຕ່ກັບກາຍເປັນວ່າບໍ່ເຄີຍໄດ້ຮ່ວມໃນມະຫະກຳກິລາ Olympics ເລີຍ.

ຄັ້ງທຳອິດ ແລະ ເປັນຄັ້ງດຽວ ທີ່ກິລາປະເພດນີ້ມີຂຶ້ນໃນ Olympics ປີ 1900 ທີ່ປະເທດຝຣັ່ງ ໂດຍມີທີມເຂົ້າຮ່ວມພຽງ 2 ທີມເທົ່ານັ້ນຄື: ສະຫະລາຊະອານາຈັກ ແລະ ທີມນາໆຊາດ. ຈາກນັ້ນ ກິລາປະເພດນີ້ ກໍໄດ້ຖືກຄັດອອກຈາກການແຂ່ງຂັນມາໂດຍຕະຫຼອດ.

ມາຮອດປັດຈຸບັນ ກິລານີ້ກໍມີຄວາມນິຍົມຂຶ້ນເລື້ອຍໆ ແລະ ທາງຄະນະກຳມະການກໍຍິນດີບັນຈຸເຂົ້າໃນມະຫະກຳ Olympics ທີ່ຈະຈັດຂຶ້ນໃນປີ 2028, ເພາະໄດ້ສຳຫຼວດແຟນກິລາຫຼາຍກວ່າ 90% ພົບວ່າຕ້ອງການຢາກຈະເຫັນກິລາປະເພດນີ້ໃນ Olympics.

ຂອບໃຈຂໍ້ມູນຈາກ:

https://bbc.in/3AZeLsV

shorturl.asia/To5nY

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/